
ຄຳປະສິດ ຈັນທະວົງ ໄດ້ຮັບການເຝິກອົບຮົມໂດຍຜູ້ຊ່ຽວຊານ IRD ແລະ ໄດ້ກໍ່ຕັ້ງ ບໍລິສັດ Mounoy Development (ໝູນ້ອຍ) ຂຶ້ນໃນປີ 2017. ລາວໄດ້ສ້າງເຊັນເຊີ້ ແລະ ອຸປະກອນຄວບຄຸມຂະໜາດນ້ອຍດ້ວຍຕົ້ນທຶນປະຢັດ ເພື່ອເຊື່ອມຕໍ່ຂໍ້ມູນເຖິງອຸປະກອນອີເລັກໂຕນິກຕ່າງໆໄດ້ໂດຍບໍ່ຕ້ອງປ້ອນຂໍ້ມູນ (IoT). ພວກເຂົາຮວບຮວມຂໍ້ມູນທີ່ຊ່ວຍໃຫ້ເຈົ້າຂອງຟາມໄດ້ມີທາງເລືອກຫາເຕັກນິກ (ເຊັ່ນອຸນຫະພູມ ແລະ ອາກາດ ຫຼື ຄວາມຊື້ນຂອງດິນ, ລະດັບຝົນຕົກ, ການປ່ອຍແກ໊ດ, ລັງສີ, ຄວາມສູງຂອງນ້ຳ ແລະ ອື່ນໆ). ຈາກນັ້ນຂໍ້ມູນແມ່ນໄດ້ຖືກສົ່ງໃນເວລາຕົວຈິງຈາກໂທລະສັບຂອງເຈົ້າຂອງຟາມ ໄປທີ່ “ກະເສດ ຄອນເນັກ” ເພື່ອການວິເຄາະ. ຄຳປະສິດ ຈັນທະວົງ ສຳເລັດການສຶກສາລະດັບປະລິນຍາໂທໃນສາຂາວິສະວະກຳຊອບແວ ທີ່ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດ, ແລະ ໄດ້ເຝິກຝົນທາງດ້ານອີເລກກໂຕນິກຢ່າງກະຕືລືລົ້ນ. ລາວໄດ້ເຂົ້າຮ່ວມການແຂ່ງຂັນສ້າງຫຸ່ນຍົນພ້ອມກັບ ນອກແບກ ຊິວເວລ້າ, ນັກວິສະວະກອນອີເລັກໂຕນິກທີ່ IRD.
https://www.ird.fr/mounoydev-et-les-technologies-digitales-de-la-passion-laction-avec-nuol-lird