ຊາບີນ້າ ໂລກາຕາລີ

ຊາບີນ້າ ໂລກາ​ຕາ​ລີ  ແມ່ນຜູ້ທີ່ໄດ້ມີສ່ວນຮ່ວມໃນການຊອກຫາແຫຼ່ງທຶນສຳລັບໂຄງການນີ້. ລາວຈົບການສຶກສາລະດັບປະລິນຍາເອກ ໃນສາຂາດ້ານສາທາລະນະສຸກ ແລະ ລະບາດວິທະຍາ ຈາກມະຫາວິທະຍາໄລ Basel/ ສະຖາບັນສາທາລະນະສຸກ ແລະ ເຂດຮ້ອນສະວິດ (Swiss TPH). ເຊິ່ງເປັນນັກຄົ້ນຄວ້າຖາວອນທີ່ສະຖາບັນການຄົ້ນຄວ້າເພື່ອການພັດທະນາ (IRD)/ ມະຫາວິທະຍາໄລ ມົງແປລີເຢ, ປະເທດຝຣັ່ງ ແຕ່ປີ 2011 (https://mivegec.fr). ລາວເປັນຜູ້ໜຶ່ງທີ່ມີພື້ນຖານກ່ຽວກັບຊີວະວິທະຍາລະດັບໂມເລກຸນທີ່ແຂງແຮງ ແລະ ໄດ້ປະສົບຄວາມສຳເລັດໃນການດຳເນີນໂຄງການວິໄຈພາກສະໜາມທີ່ ແຄມາຣູນ (Cameroon), ປະເທດ ອາຟິກາ, ແລະ ສຶກສາກ່ຽວກັບໄວຣັດ, ໂອກາດການຕິດພະຍາດ ແລະ ພະຍາດທີ່ຖືກປ່ອຍປະລະເລີຍລະຫວ່າງຄົນກັບສັດ. ການຄົ້ນຄວ້າຂອງລາວໄດ້ເນັ້ນໜັກໄປທີ່ຄວາມເຂົ້າໃຈຂອງການເຄື່ອນໄຫວຂອງປະຊາກອນ ແລະ ຄວາມຫຼາກຫຼາຍຂອງພັນທຸກຳຂອງເຊື້ອໂລກ ເພື່ອທີ່ຈະລະບຸກົນໄກທີ່ເອື້ອຕໍ່ການເກີດຂຶ້ນ ແລະ ການແພ່ກະຈາຍຂອງເຊື້ອໂລກຈາກສັດທີ່ສົ່ງຜົນກະທົບຕໍ່ມະນຸດທີ່ອາໄສໃນເຂດຮ້ອນຂອງປະເທດອາຟີກາ ແລະ ອາຊີ. ເຊິ່ງຢູ່ໃນປະເທດລາວ, ລາວໄດ້ມີສ່ວນຮ່ວມເຂົ້າໃນໂຄງການຕ່າງໆທີ່ຕິດຕາມກ່ຽວກັບຄວາມຄືບໜ້າຂອງພະຍາດແພ່ລະບາດ ໂຄວິດ-19, ທັງໃນອາດີດ ແລະ ອານາຄົດທີ່ຄາດຄະເນໄວ້, ໃນທຸກການເຄື່ອນໄຫວທີ່ມີຄວາມເປັນໄປໄດ້ທັງ 2 ອັນ, ເຊິ່ງລວມໄປເຖິງມະນຸດ, ສັດພາຍໃນ ແລະ ສັດປ່າ. ORCID ID: 0000-0002-1133-0561