ປັດສການ ໂລເວຣາ

ປັດສການ ໂລເວຣາ ແມ່ນຜູ້ຈັດການຝ່າຍຜະລິດຂອງຟາຍຈິ້ງຫຼີດລາວ.

ລາວໄດ້ອາໄສຢູ່ທີ່ປະເທດລາວມາເປັນເວລາ 20 ກວ່າປີແລ້ວ. ປັດສການ ເປັນຄົນທີ່ມີຫຼາຍທັກສະ ໂດຍທີ່ມີພື້ນຖານເປັນຜູ້ປະກອບການມືອາຊີບ, ມີຄວາມກະຕືລືລົ້ນໃນຄວາມທ້າທາຍໃໝ່ໆ, ແລະ ເປັນຜູ້ຊ່ຽວຊານດ້ານການຂັບເຄື່ອນທຸລະກິດ, ເປັນຜູ້ທີ່ເພີ່ມຄວາມສາມາດແກ່ຜູ້ອື່ນໃນການສ້າງ ຫຼື ພັດທະນາທຸລະກິດຂອງພວກເຂົາເອງ ໃນບົດບາດຂອງເສດຖະກິດ ແລະ ສັງຄົມລາວ. ເມື່ອຫຼາຍປີກ່ອນໜ້ານີ້, ລາວໄດ້ເລີ່ມມີຄວາມສົນໃຈໃນການລ້ຽງຈິ້ງຫຼີດ. ຫຼັງຈາກທີ່ມີການຈັດຕັ້ງຟາມລ້ຽງຈິ້ງຫຼີດເພື່ອທີ່ຈະສຳຫຼວດຂະບວນການຜະລິດຈິ້ງຫຼີດ ແລະ ຕະຫຼາດແລ້ວ, ລາວສະແດງໃຫ້ເຫັນວ່າການຜະລິດຈິ້ງຫຼີດແມ່ນມີຄວາມເປັນໄປໄດ້ ແລະ ໃຫ້ຜົນກຳໄລ, ສາມາດນຳໄປຊ່ວຍເຫຼືອຜູ້ທີ່ດ້ອຍໂອກາດໃນລາວໄດ້ ແລະ ອາດຈະສາມາດສົ່ງຜົນຕໍ່ເສດຖະກິດ ແລະ ສັງຄົມ.