
ນໍເບີດ ຊິວເວລ້າ ເປັນນັກວິສະວະກອນອີເລັກໂຕນິກທີ່ສະຖານບັນຄົ້ນຄວ້າ ເພື່ອການພັດທະນາ (IRD), ໂດຍມີປະສົບການມາເປັນເວລາ 37 ປີ ໃນການເຮັດວຽກຮ່ວມກັບນັກປັດຕະພີວິທະຍາ, ນັກອຸທົກວິທະຍາ ແລະ ນັກວິທະຍາສາດດ້ານດິນ. ລາວເຝິກອົມຮົມເພື່ອນຮ່ວມງານ ແລະ ນັກຮຽນໃນພື້ນທີ່ດ້ານການອອກແບບ, ການທົດສອບ ແລະ ການບຳລຸງຮັກສາອຸປະກອນອີເລັກໂຕນິກ. ລາວເຂົ້າຮ່ວມໃນການຕີພິມເອກະສານໂດຍສະເພາະກ່ຽວກັບຜົນກະທົບຂອງການປ່ຽນແປງການນໍາໃຊ້ທີ່ດິນ, ການເຊາະເຈື່ອນຂອງດິນ ແລະ ອຸທົກກະສາດ. ນອກນີ້ລາວຍັງໄດ້ຝາກສິດທິບັດລະຫວ່າງປະເທດກ່ຽວກັບລະບົບດັ້ງເດີມຫຼາບລະບົບທີ່ກ່ຽວຂ້ອງກັບລະດັບນໍ້າ, ຄວາມໄວ ແລະ ການວັດແທກການປ່ອຍນ້ຳ. ຕັ້ງແຕ່ປີ 2020 ເປັນຕົ້ນມາ, ລາວເຮັດວຽກຢູ່ທີ່ DALAM, ນະຄອນຫຼວງວຽງຈັນ, ປະເທດລາວ. ກິດຈະກຳຂອງລາວມີຈຸດປະສົງເພື່ອຈັດການກ່ຽວກັບການເຊາະເຈື່ອນຂອງນ້ຳ ແລະ ຖານຂໍ້ມູນພູມອາກາດ, ລວມທັງແລ່ງນ້ຳຂະໜາດນ້ອຍຂອງລາວ, ໄທ ແລະ ຫວຽດນາມ. ລາວພັດທະນາເຊັນເຊີ້ລະດັບນ້ຳລຸ້ນໃໝ່ເພາະເພື່ອອຸທົກວິທະນາຂອງເຄື່ອຄ່າຍ MSEC.