ຟາມຈິ້ງຫຼີດລາວ ເນັ້ນໜັກກິດຈະກຳທີ່ສ້າງລາຍຮັບທີ່ເປັນນະວັດຕະກຳ, ເຊິ່ງຕິດພັນກັບການອະນຸລັກຄວາມຫຼາກຫຼາຍທາງດ້ານຊີວະນານາພັນ, ການກະສິກໍາສີຂຽວແລະຍືນຍົງ, ການລວມເອົາບົດບາດຍິງຊາຍແລະຄວາມຕ້ອງການຂອງຄອບຄົວລາວທີ່ມີຄວາມສ່ຽງ.
ການປະຕິບັດທັກສະ, ການເຂົ້າເຖິງຕະຫຼາດ ແລະ ການສະໜັບສະໜູນສະມາຄົມຊາວກະສິກອນທີ່ທຸກຍາກ.
ຄະນະເພສັຊ, ມະຫາວິທະຍາໄລວິທະຍາສາດສຸຂະພາບ, ວຽງຈັນ, ປະເທດລາວ ມີຫ້ອງທົດລອງເຄມີທີ່ຄົບຊຸດ ແລະ ທັນສະໄໝ. ເຊິ່ງໄດ້ຮັບການສະໜັບສະໜູນໂດຍມູນນິທິ Pierre Fabre.
ກຸ່ມນັກເຄມີທີ່ເຮັດວຽກຢູ່ທີ່ນັ້ນຮ່ວມມືຢ່າງຫ້າວຫັນກັບມະຫາວິທະຍາໄລເທັກໂນໂລຍີ Kaunas ໃນປະເທດລີທົວເນຍ (Lithuania), ໃນໂຄງການ COCLICAN ຂອງໂຄງການເອີຣົບເພື່ອພັດທະນາເຕັກນິກການສະກັດທີ່ເປັນມິດກັບສິ່ງແວດລ້ອມ.
ບໍລິສັດ Mounoy Dev Sole Co. , Ltd ໃຫ້ບໍລິການໃນດ້ານເຕັກໂນໂລຊີຂໍ້ມູນຂ່າວສານ: ການເຝິກອົບຮົມໄອທີ, ໂປຣແກມຄອມພິວເຕີ, ແລະ ການພັດທະນາແອັບພລິເຄຊັ່ນ, ໃຫ້ຄໍາປຶກສາກ່ຽວກັບເຕັກໂນໂລຊີຂໍ້ມູນຂ່າວສານ, ຕິດຕັ້ງ ແລະ ສ້ອມແປງເຕັກໂນໂລຊີ, ບໍລິການຂໍ້ມູນຂ່າວສານຜ່ານອິນເຕີເນັດ.