ຮູບແບບການລ້ຽງຂອງ Acheta domesticus ແມ່ນເປັນທີ່ຮູ້ຈັກດີ. ການສຶກສາຫຼາຍອັນໄດ້ສະແດງໃຫ້ເຫັນວ່າສະພາບການລ້ຽງສາມາດສົ່ງຜົນກະທົບຕໍ່ອັດຕາການເຕີບໂຕ ແລະ ອົງປະກອບຂອງໂປຣຕີນໄດ້ ແລະ ໃນເວລາໃດການເກັບກ່ຽວຜົນຜະລິດດີທີ່ສຸດ, ສະນັ້ນ ຈຶ່ງເຮັດໃຫ້ຕົ້ນທຶນການລ້ຽງຫຼຸດລົງ.
ການຄົ້ນຄ້ວາໃນອະນາຄົດຄວນສຸມໃສ່ການຜະລິດອາຫານອິນຊີທີ່ເໝາະສົມ ເພື່ອກໍານົດຜົນກະທົບຂອງອາຫານຕໍ່ກັບຜົນຜະລິດ, ການຂະຫຍາຍຕົວ ແລະ ປະສິດທິພາບຂອງການປ່ຽນແປງຂອງອາຫານທີ່ກິນເຂົ້າໄປ. ການລ້ຽງຈິ້ງຫຼີດ ຕ້ອງການຄວາມຮ້ອນ ແລະ ຄວາມຊຸ່ມຊື່ນທີ່ສະຖຽນ. ເຊິ່ງອຸນຫະພູມມາດຕະຖານແມ່ນລະຫວ່າງ 28 ຫາ 33 ອົງສາ ແລະ ຄວາມຊຸ່ມຊື່ນແມ່ນລະຫວ່າງ 40 ແລະ 60 ເປີເຊັນ, ຂຶ້ນຢູ່ກັບໄລຍະຂອງການເຕີບໃຫຍ່ຂອງຈິ້ງຫຼີດ. ເນື່ອງຈາກເວລາການຂະຫຍາຍຕົວຂຶ້ນຢູ່ກັບເງື່ອນໄຂຂອງສະພາບແວດລ້ອມ, ການພັດທະນາເຊັນເຊີສະເພາະທີ່ ເຊື່ອມໂຍງກັບການໃຊ້ໂທລະສັບຈະຊ່ວຍໃຫ້ສາມາດຄວບຄຸມອຸນຫະພູມ ແລະ ຄວາມຊຸ່ມຊື່ນໄດ້ໃນເວລາຕົວຈິງ. ເຊິ່ງນີ້ຈະເປັນການເພີ່ມປະສິດທິພາບໃຫ້ກັບການຜະລິດ.
ການຄົ້ນຄ້ວານີ້ຈະເພີ່ມກໍາໄລທາງດ້ານການເງິນ, ປັບປຸງຄວາມຍືນຍົງດ້ານສິ່ງແວດລ້ອມຂອງອາຫານແມງໄມ້ ແລະ ອຸດສາຫະກໍາການລ້ຽງແມງໄມ້, ແລະ ແນໃສ່ເສດຖະກິດທີ່ເປັນວົງຈອນ.
