ເອຣິກ ເດອາໂລ

ດຣ. ເອຣິກ ເດອາໂລ, ຕາງໜ້າ IRD ປະຈຳ ສປປ ລາວ, ຜູ້ທີ່ຈະນຳພາໂຄງການ. ລາວເປັນຜູ້ຊ່ຽວຊານເລື່ອງເພສັຊວິທະຍາ ຜູ້ທີ່ໄດ້ເຮັດວຽກຮ່ວມກັບຊຸມຊົມຊົນເຜົ່າໃນ ສປປ ລາວ ໃນການສົ່ງເສີມຄວາມຫຼາກຫຼາຍທາງດ້ານຊີວະນານາພັນຜ່ານການໃຊ້ຢາພື້ນເມືອງສຳລັບການປົວພະຍາດ ແລະ ມີຄວາມຊ່ຽວຊານໃນສະພາບສັງຄົມຂອງພຶດຕິກຳດ້ານສຸຂະພາບ. ໃນໄລຍະການເຮັດວຽກຂອງລາວ, ລາວໄດ້ເຮັດວຽກໃນ ໂບລິເວຍ, ຝຣັ່ງ, ເປຣູ ແລະ ສປປ ລາວ ບ່ອນທີ່ລາວໄດ້ຕັ້ງຫ້ອງທົດລອງການຢາຢູ່ໃນມະຫາວິທະຍາໄລແຫ່ງຊາດ ແລະ ລາວໄດ້ຮັບຄວາມຮູ້ທີ່ເລິກເຊິ່ງໃນການເຮັດວຽກກ່ຽວກັບດ້ານສຸຂະພາບໃນພາກໃຕ້.
ໃນຖານະທີ່ເປັນຊ່ຽວຊານສຳລັບໜ່ວຍງານສາກົນ (ອົງການອະນາໄມໂລກ, AUF, ສະຫະພາບເອີຣົບ). ລາວໄດ້ເຂົ້າຮ່ວມໃນຄະນະກຳມະການວິທະຍາສາດຫຼາຍອັນ ເພື່ອກໍານົດຍຸດທະສາດວິທະຍາສາດໃນແຜນງານດ້ານສຸຂະພາບ.
ລາວໄດ້ຕີພິມບົດຄວາມຫຼາຍກວ່າ 130 ບົດ ໃນສື່ສິ່ງພິມສາກົນ. ລາວໄດ້ຖືກຍອມຮັບສຳລັບວຽກງານວິທະຍາສາດຂອງລາວຢູ່ພາກໃຕ້ຂອງໂລກ, ສູງສຸດໃນປີ 2002 ແລະ 2013 ດ້ວຍລາງວັນຂອງມູນນິທິ Altran ແລະລາງວັນ IRD Innovation-South, ຕາມລໍາດັບ.
ລາວເປັນຜູ້ນຳພາປະຕິບັດໂຄງການເອີຣົບ: Coclican https://cordis.europa.eu/project/id/823935
ລາວຮ່ວມມືກັບທູລະກິດ start-up Mounoy (https://mounoydev.com/), ເຊິ່ງເປັນຜົນໃນການສ້າງຂີດຄວາມສາມາດໃນໄລຍະຍາວ ແລະ ການຮ່ວມມືທີ່ເຂັ້ມແຂງກັບນັກຄົ້ນຄວ້າ IRD.
ORCID N°: 0000-0002-5664-9517