ສີໄຊ ປາລະມີ

ດຣ. ສີໄຊ ປາລະມີ ໄດ້ຮັບປະລິນຍາເອກທາງດ້ານການຄົ້ນຄວ້າ ແລະ ພັດທະນາກ່ຽວກັບການຢາຈາກຄະນະເພສັດສາດ, ມະຫາວິທະຍາໄລຂອນແກ່ນ, ປະເທດໄທ ໃນປີ 2017. ເຊິ່ງລາວເປັນອາຈານ/ ຜູ້ບັນຍາຍ ກ່ຽວກັບການວິເຄາະເຄມີ, ການຄວບຄຸມຄຸນະພາບຂອງຢາ ແລະ ຜະລິດຕະພັນເຄື່ອງສຳອາງທີ່ຄະນະເພສຊັດ, ມະຫາວິທະຍາໄລວິທະຍາສາດສຸຂະພາບ, ວຽງຈັນ, ປະເທດລາວ. ການຄົ້ນຄວ້າຂອງລາວແມ່ນເນັ້ນໜັກເຖິງການຄວບຄຸມປະລິມານຂອງຢາ, ຢາພື້ນເມືອງ, ເຄື່ອງສຳອາງ ແລະ ຜະລິດຕະພັນອາຫານ.