ຄວາມເປັນມາ
ເຖິງແມ່ນວ່າຈະມີການເປີດເສດຖະກິດມາເປັນເວລາກວ່າ 2 ທົດສະວັດ, ແຕ່ວ່າ ສປປ ລາວ ກໍຍັງຖືເປັນປະເທດທີ່ດ້ອຍພັດທະນາຢູ່ໃນໂລກ, ໂດຍຢູ່ອັນດັບທີ 138/177 ຕາມລະດັບດັດສະນີການພັດທະນາ.
ອີງຕາມຂໍ້ມູນຂອງ ອົງການຢູນິເຊບ, ໜຶ່ງສ່ວນສາມຂອງເດັກນ້ອຍລາວ ທີ່ມີອາຍຸ 5 ປີ ລົງມາແມ່ນພົບກັບພາວະຂາດສານອາຫານ. ປະຊາກອນໃນເຂດນອກເມືອງແມ່ນມີຄວາມທຸກຍາກທີ່ສຸດໃນປະເທດ, ໂດຍສ່ວນໃຫຍ່ພວກເຂົາບໍ່ມີວຽກເຮັດງານທຳ, ເຊິ່ງມັນສະແດງໃຫ້ເຫັນໄດ້ເຖິງລະດັບການສຶກສາທີ່ຕ່ຳ ແລະ ເຂົ້າເຖິງໄດ້ຍາກ.
ການລ່າອາຫານເພື່ອຄວາມຢູ່ລອດຍັງຄົງເປັນສິ່ງທີ່ຈຳເປັນ, ເຊິ່ງມັນນຳພາໄປສູ່ການທຳລາຍຄວາມຫຼາກຫຼາຍທາງຊີວະນານາພັນ, ການສູນພັນຂອງສັດປ່າ, ການເກີດຂຶ້ນ ແລະ ແຜ່ລາມຂອງພະຍາດໃໝ່.
ນອກຈາກນີ້, ສິ່ງທີ່ທ້າທາຍຫຼັກເພື່ອຄວາມເທົ່າທຽມທາງເພດຍັງຄົງມີ ເພື່ອໃຫ້ສິດແກ່ແມ່ຍິງໃນການເຂົ້າເຖິງໂອກາດ ແລະ ຊັບພະຍາກອນ, ໂດຍສະເພາະຢ່າງຍິ່ງແມ່ນ ແມ່ຍິງໃນເຂດຊານເມືອງ. ອາຫານທີ່ບໍ່ສະອາດ, ການກືກໜັງສື, ການກີດກັນທາງເສດຖະກິດ, ການສືບພັນທີ່ບໍ່ສົມບູນ ແລະ ສຸຂະພາບຂັ້ນພື້ນຖານແມ່ນຍັງເປັນຈຳນວນສູງໃນເປົ້າໝາຍການພັດທະນາສຳລັບແມ່ຍິງໃນປະເທດ.
ແມ່ຍິງ ແລະ ຍັງລວມໄປເຖິງປະຊາກອນອື່ນໆເຊັ່ນ ຄົນພິການ, ຜູ້ສູງອາຍຸ ແລະ ຊາວນາທີ່ບໍ່ມີພື້ນທີ່.
ບັນດາແມງໄມ້ເຫຼົ່ານີ້ແມ່ນເປັນແຫຼ່ງໂປຣຕີນທີ່ສຳຄັນຫຼາຍ, ເຊິ່ງເປັນການລົງທຶນທີ່ຕ່ຳ ເພື່ອໃຫ້ໄດ້ຜົນຕອບຮັບທີ່ມະຫາສານໂດຍທີ່ບໍ່ໄດ້ທຳລາຍຫຍັງເລີຍ. ນອກຈາກນີ້, ການນຳໃຊ້ອຸປະກອນເຊັນເຊີ້ ທີ່ລາຄາບໍ່ແພງເພື່ອຕິດຕາມການເຕີບໃຫຍ່ຈາກທາງໄກ ສາມາດເພີ່ມຜົນຜະລິດໄດ້ຢ່າງຫຼວງຫຼາຍ. ສຸດທ້າຍນີ້, ການສະກັດເອົາຜະລິດຕະພັນທີ່ມີມູນຄ່າເພີ່ມສູງຈາກໜັງເປືອກຜິວສ່ວນນອກຂອງ ຍັງສາມາດສ້າງລາຍຮັບໄດ້ຢ່າງມະຫາສານ.
ຈຸດປະສົງ
ຈຸດປະສົງຂອງໂຄງການນີ້ ແມ່ນເພື່ອສະໜັບສະໜູນໃນການຈັດຕັ້ງປະຕິບັດຂອງກິດຈະກຳການລ້ຽງຈິ້ງຫຼີດ ເຊິ່ງເປັນກິດຈະກຳທີ່ຍືນຍົງສຳລັບແມ່ຍິງໃນທ້ອງຖິ່ນ ໂດຍໃຫ້ລາຍໄດ້ທີ່ຕໍ່ເນື່ອງຜ່ານສັນຍາຂອງເຈົ້າຂອງຟາມ ກັບຟາມຈິ້ງຫຼີດລາວ.
ພວກເຮົາພິຈາລະນາວ່າ:
- ການບັນເທົາ ແລະ ຫຼຸດຄວາມທຸກຍາກ ເພີ່ມຄວາມສົນໃຈ ແລະ ຄວາມສາມາດໃນການອະນຸລັກຊັບພະຍາກອນທຳມະຊາດ (ແນວທາງການພັດທະນາເສດຖະກິດທີ່ຍືນຍົງ),
- ການຈັດຫາແຫຼ່ງລາຍໄດ້ປະຈຳໃໝ່ ສາມາດຫຼຸດຜ່ອນຜົນກະທົບຕໍ່ຊັບພະຍາກອນທຳມະຊາດ (ແນວທາງການດຳລົງຊີວິດທາງເລືອກ),
- ການມີສ່ວນຮ່ວມຂອງຄົນໃນທ້ອງຖິ່ນໃນການວາງແຜນ ແລະ ຈັດການຂອງຊັບພະຍາກອນທຳມະຊາດ ແລະ ການແບ່ງປັນຜົນປະໂຫຍດ ນຳໄປສູ່ການດຳລົງຊີວິດທີ່ດີຂຶ້ນ (ແນວທາງການວາງແຜນແບບມີສ່ວນຮ່ວມ).
ເປົ້າໝາຍສູງສຸດ
ເພື່ອໃຫ້ຄອບຄົວທີ່ທຸກຍາກໄດ້ຮັບການສະໜັບສະໜູນການຈັດການຊັບສິນຮ່ວມກັນ, ຊັບສິນທີ່ມີປະສິດທິພາບ ແລະ ການເຝິກສອນເພື່ອສ້າງຄວາມເຂັ້ມແຂງດ້ານຄວາມປອດໄພຂອງເສດຖະກິດພວກເຂົາ ແລະ ຄວາມຍືດຢຸນເພື່ອການອະນຸລັກປ່າໄມ້. ການສ້າງຟາມລ້ຽງແມງໄມ້ ມີແນວໂນ້ມທີ່ຈະເພີ່ມລາຍຮັບ.
ກິດຈະກຳນີ້ແມ່ນໄດ້ຮັບການປັບ ເພື່ອໃຫ້ເຂົ້າກັບທ້ອງຖິ່ນຂອງເປົ້າໝາຍຄົວເຮືອນ, ແລະ ສົ່ງເສີມການຮ່ວມຕົວທາງສັງຄົມໃຫ້ກັບແມ່ຍິງ ຫຼື ຜູ້ທີ່ມີຊັບພະຍາກອນທີ່ຈຳກັດ (ເຊັ່ນວ່າບໍ່ຕ້ອງໃຊ້ແຮງງານຫຼາຍ, ບໍ່ໃຊ້ພື້ນທີ່).
